ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຂະບວນການແຂ່ງກິລາມວນຊົນຂອງກົມໃຫຍ່ພະລາທິການກອງທັບ


ມອບຂັນລາງວັນໃຫ້ນັກກິລາທີ່ຊະນະເລີດ ວັນທີ 29/12/2023 ຢູ່ກົມໃຫຍ່ພະລາທີການກອງທັບ

     ຂະບວນການແຂ່ງຂັນກິລາມວນຊົນ ຊິງຂັນຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຈັດຂຶ້ນ ໃນວັນທີ 25 ທັນວາ 2023 ເພື່ອ
ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ, ພາຍຫຼັງທີ່ໄດ້ດໍາເນີນການແຂ່ງຂັນກັນມາເປັນເວລາ 5 ວັນເຕັມດ້ວຍ
ບັນຍາກາດອັນຟົດຟື້ນ ແລະ ມາຮອດວັນທີ 29 ທັນວາ 2023 ໄດ້ປິດລົງຢ່າງຈົບງາມ, ໂດຍເປັນກຽດເຂົ້າຮ່ວມເປັນປະທານ ກ່າວປິດ
ຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່ ພະລາທິການ, ຄະນະນໍາ 8 ກົມ,
3 ຫ້ອງການ, ກົມກອງອ້ອມຂ້າງທີ່ຂຶ້ນກັບ ກົມໃຫຍ່ພະລາທິການ ກອງທັບ ເຂົ້າຮ່ວມ.

     ການແຂ່ງຂັນກິລາຊິງຂັນຫົວໜ້າກົມໃຫຍ່ພະລາທິການກອງທັບ ເພື່ອຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບຄົບຮອບ 75 ປີ ຄືວັນ
ທີ 20/1/1949-20/1/2024, ລວມມີ 2 ປະເພດກິລາຄື: ກິລາບານເຕະ ແລະ ກິລາເປຕັງຍິງ, ເປຕັງຊາຍ, ການແຂ່ງຂັນແມ່ນໄດ້ອອກ
ແບ່ງເປັນສາຍ, ກິລາບານເຕະ ເຊິ່ງລວມມີທັງໝົດ: 8 ທີມ, ແບ່ງເປັນ 2 ສາຍ, ກິລາເປຕັງຊາຍ, ລວມມີ 30 ທີມ, ແບ່ງເປັນ 8 ສາຍ
ແລະ ກິລາເປຕັງຍິງລວມ ມີ 27 ທີມ, ແບ່ງເປັນ 8 ສາຍ, ສະຫຼຸບຜົນການແຂ່ງຂັນທີມນັກກິລາ ທີ່ ສາມາດຍາດໄດ້ລາງວັນບານເຕະຊະ
ນະເລີດທີ 1 ໄດ້ແກ່: ກົມການເງິນກົມໃຫຍ່ພະລາທິການ, ຮອງຊະນະເລີດທີ 2 ໄດ້ແກ່: ກົມກໍ່ສ້າງ-ຄຸ້ມຄອງຊັບສິນ ແລະ ທີ 3 ໄດ້ແກ່:
ຫ້ອງການບໍລິຫານກົມໃຫຍ່ ພະລາທິການກອງທັບ, ກິລາເປຕັງຊາຍ, ທີມຊະນະເລີດທີ 1 ໄດ້ແກ່: ກົມເສນາພະລາກົມໃຫຍ່ພະລາທິ
ການ, ຮອງຊະນະເລີດທີ 2 ໄດ້ແກ່: ຫ້ອງການບໍລິຫານ ແລະ ທີ 3 ໄດ້ທີມນັກກິລາກອງສາງຢາ ແລະ ອຸປະກອນການແພດກອງທັບ,
ສ່ວນກິລາເປຕັງຍິງທີມນັກກິລາຊະນະເລີດທີ 1 ໄດ້ແກ່: ໂຮງງານຜະ ລິດເຂົ້າແຫ້ງກອງທັບ, ຮອງຊະນະເລີດທີ 2 ໄດ້ແກ່: ໂຮງໝໍສູນ
ກາງ
103 ແລະ ທີ 3 ໄດ້ແກ່: ກອງສາງຢາ ແລະ ອຸປະກອນການແພດກອງທັບ ແລະ ນັກກິລາບານເຕະດີເດັ່ນຕະຫຼອດໄລຍະ ຂອງ
ການແຂ່ງທີ່ສາມາດຍິງປະຕູໄດ້ຫຼາຍທີ່ສຸດລວມທັງໝົດ: 16 ປະຕູ ຄື: ພົນຈັດຕະວາ ສົມໃຈ ຄໍາມະນີ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບ
ສິນກົມໃຫຍ່ພະລາທິການກອງທັບ
.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 04/01/2024